Top Ad

header ads

ແຕ່ງຕັ້ງຄົນໃໝ່ ຫົວໜ້າຄຸ້ມຄອງຂົວມິດຕະພາບ 3 ແຂວງຄໍາມ່ວນ

 

ວັນທີ 2 ສິງຫາ 2024 ຢູ່ທີ່ດ່ານສາກົນຂົວມິດຕະພາບ ລາວ-ໄທ ແຫ່ງທີ 3 ແຂວງຄໍາມ່ວນ ໄດ້ຈັດພິທີມອບ-ຮັບໜ້າທີ່ຫົວໜ້າຄະນະຄຸ້ມຄອງດ່ານສາກົນ ຂົວມິດຕະພາບລາວ-ໄທແຫ່ງທີ 3 ລະຫວ່າງ ທ່ານ ພັອ ພົມມາ ເດດຂຸນພອງ ເລຂາຄະນະພັກຮາກຖານຫົວໜ້າຄະນະຄຸ້ມຄອງດ່ານສາກົນ ຂົວມິດຕະພາບລາວ-ໄທ ແຫ່ງທີ3 (ຜູ້ເກົ່າ) ແລະ ທ່ານ ພັອ ບຸນປະດິດ ວົງພູທອນ ເລຂາຄະນະພັກຮາກຖານ ຫົວໜ້າຄະນະຄຸ້ມຄອງດ່ານສາກົນ ຂົວມິດຕະພາບ 3 (ຜູ້ໃໝ່) ,ໂດຍມີທ່ານ ສົມໃຈ ພານີຈັນ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ,ບັນດາທ່ານທີ່ຕາງໜ້າໃຫ້ແກ່ພະແນກການສາຍຕັ້ງທີ່ປະຈໍາການຢູ່ດ່ານຕະຫຼອດເຖິງເຈົ້າໜ້າທີ່ວິຊາສະເພາະພາຍໃນດ່ານເຂົ້າຮ່ວມ.

May be an image of 9 people and text

ໃນພິທີທ່ານ ພັອ ພົມມາ ເດດຂຸນພອງ ໄດ້ລາຍງານສະຫຼຸບຫຍໍ້ການເຄື່ອນໄຫວນັບທັງວຽກພັກ ແລະ ວຽກລັດໃນໄລຍະຜ່ານມາຕະຫຼອດເຖິງຂໍ້ສະດວກ , ຂໍ້ຫຍຸ້ງຍາກ ແລະ ທິດທາງແຜນການໃນຕໍ່ໜ້າໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້. ຈາກນັ້ນຕາງໜ້າຄະນະຈັດຕັ້ງແຂວງກໍ່ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແລະ ມະຕິຕົກລົງຂອງຄະນະປະຈໍາພັກແຂວງ ວ່າດ້ວຍການແຕ່ງຕັ້ງບົ່ງຕົວທ່ານ ພັອ ບຸນປະດິດ ວົງພູທອນ ເລຂາຄະນະພັກຮາກຖານ ເປັນຫົວໜ້າຄະນະຄຸ້ມຄອງດ່ານສາກົນ ຂົວມິດຕະພາບ 3 (ຜູ້ໃໝ່), ສ່ວນທ່ານ ພັອ ພົມມາ ເດດຂຸນພອງ ແມ່ນຮັບນະໂຍບາຍອອກພັກການຮັບອຸດໜູນບໍານານ . ພ້ອມນັ້ນຍັງໄດ້ຜ່ານບົດບັນທຶກ ແລະ ເຊັນບົດບັນທຶກມອບ-ຮັບໜ້າທີ່ຢ່າງເປັນທາງການ.

ຂ່າວ-ພາບ : ແດງສະຫວັດ ແສນພານິດ, ປະຊາຊົນ

Ad