ລາຍງານຈາກປະຊາຊົນ ໃນຕອນເຊົ້າວັນທີ 8 ມິຖຸນາ 2018 ນີ້ວ່າ ເກີດເຫດ ດິນຍຸບ ຢູ່ກາງນາ ຂະໜາດໃຫຍ່ ຈົນເຈົ້າຂອງດິນນາຕົກໃຈ ຟ້າວໄປແຈ້ງ ທາງນາຍບ້ານ ແລະ ພາກສ່ວນກ່ຽວຂ້ອງມາເບິ່ງ.
ຈຸດເກີດເຫດ ແມ່ນດິນນາ ເຂດບ້ານຫນອງຜື, ເມືອງທ່າແຂກ, ແຂວງຄຳມ່ວນ. ບ່ອນທີ່ເກີດດິນຍຸບ ແມ່ນມີກວ້າງ ແລະ ເລີກຫຼາຍສົມຄວນ, ເຊິ່ງທາງເຈົ້າຂອງດິນໄດ້ແຈ້ງທາງບ້ານ ເພື່ອຈະໄດ້ປະສານງານຫາພາກສ່ວນກ່ຽວຂ້ອງກວດ ວ່າເປັນຍ້ອນຫຍັງ. ເພາະຜ່ານມາ ກໍ່ເກີດຂຶ້ນມາແລ້ວ 2 ຄັ້ງ. ຄັ້ງນີ້ເປັນຄັ້ງທີ 3
ຊາວບ້ານບອກວ່າ ຈຸດເກີດເຫດ ແມ່ນຫ່າງຈາກບ້ານປະມານ 500 ແມັດ, ຈຸດທີ່ເກີດດິນຍຸບ ມີຄວາມກ້ວາງປະມານ 6 ແມັດ ແລະ ມີຄວາມເລີກ ປະມານ 5 ແມັດ. ຈິ່ງຢາກໃຫ້ທາງ ພາກສ່ວນທີ່ສາມາດກວດສອບ ສາເຫດ ຂອງດິນຍຸບນີ້ມາເບີິ່ງໃຫ້ປະຊາຊົນແດ່ ເພາະຢ້ານວ່າ ມັນຈະເກີດຂຶ້ນ ແລະ ເປັນອັນຕະລາຍ.