4ອັນຕະລາຍທີ່ມາພ້ອມກັບການນອນເດິກ
ການນອນຫຼັບໃຫ້ພຽງພໍເປັນສິ່ງທີ່ສຳຄັນຫຼາຍຕໍ່ຮ່າງກາຍ ແຖມຍັງຊ່ວຍໃຫ້ຄວາມຈຳດີແລະເັ່ງຂື້ນອີກດ້ວຍ ການ
ການນອນຫຼັບໃຫ້ພຽງພໍເປັນສິ່ງທີ່ສຳຄັນຫຼາຍຕໍ່ຮ່າງກາຍ ແຖມຍັງຊ່ວຍໃຫ້ຄວາມຈຳດີແລະເັ່ງຂື້ນອີກດ້ວຍ ການ
ນອນເດິກມີປິດໃຈຫຼາຍຢ່າງເຊັ່ນ: ມີຄວາມຄຽດ,ຄິດໜັກ,ວິຕົກກັງວົນ,ແລະອາດເຈັບໄຂ້ໄດ້ປ່ວຍໄດ້ເພາະໄດ້ຮັບສານບາງປະເພດເຂົ້າໄປເຮັດໃຫ້ນອນຫຼັບຍາກເຂົ້າໄປອີກ
ຄວາມຜິດປົກກະຕິຜູ້ທີ່ນອນເດິກເປັນປະຈຳ : ຈະເກີດອາການຜິດປົກກະຕິທາງອາລົມ ການຕອບສະໜອງຕ່າງໆລວມເຖິງການເຮັດວຽກກໍ່ມັກຈະຜິດພາດ ເພາະມີສະມາທິສັ່ນ ທັງເປັນຕົ້ນເຫດທີ່ນຳໄປສູ່ການເປັນໂລກອັນໄຊ໌ເມີ້ໃນອານາຄົດໄດ້ອີກດ້ວຍ
* ການເສຍຊີວິດ : ສຳຫຼັບຄົນທີ່ນອນເດິກເປັນປະຈຳຫຼືນອນບໍ່ຫຼັບເປັນປະຈຳບໍ່ວ່າຈະເປັນແນວໃດກໍ່ສ່ຽງຫຼາຍເພາະຈາກການວິໄຈພົບວ່າ ຜູ້ທີ່ນອນບໍ່ຫຼັບເປັນປະຈຳຈະສົ່ງຜົນເສຍເຮັດເສຍຊີວິດໄດ້ງ່າຍກວ່າຄົນປົກກະຕິ
* ເທັກນິກຊ່ວຍໃຫ້ນອນຫຼັບໄດ້ງ່າຍ
1. ບໍ່ຄວນຮັບປະທານອາຫານໜັກເກີນໄປເພາະຮ່າງກາຍກໍ່ຈະເຮັດວຽກໜັກເພີ່ມຂື້ນ
2. ຫຼີກລ້ຽງການດື່ມກະເຟ ຫຼື ເຄື່ອງດື ່ມທີ່ມີສານ ຄາເຟອິນປະສົມຢູ່
3. ຫຼີ້ນກິລາຢ່າງນ້ອຍມື້ລະ 30 ນາທີ ອາທິດລະ 2-3 ຄັ້ງ
4. ດື່ມນ້ຳອຸ່ນໆຫຼືໄມໂລອຸ່ນໆກ່ອນນອນ
5. ອ່ານນິທານຫຼືໜັງສືຮຽນກ່ານເຂົ້ານອນ
6. ພະຍາຍາມເຂົ້ານອນໃຫ້ໄວ້ຂື້ນ ແລະ ຫຼີກລ້ຽງການຫຼີ້ນໂທລະສັບກ່ອນເຂົ້ານອນ
* ການນອນເດິກມີຂໍ້ດີກໍ່ພຽງໄດ້ເຮັດວຽກໄດ້ຫຼາຍຂື້ນໃນຄືນນັ້ນໆ ໄດ້ກິນໄດ້ທ່ຽວໃຊ້ຊີວິດສຸດຄຸ້ມໄປວັນໆ ແຕ່ແນວໃດການນອນຫຼັບໃຫ້ພຽງພໍເປັນສີ່ງທີ່ດີທີ່ສຸດຢ່າງລືມເບິ່ງແຍງຕົວເອງດ້ວຍການກິນອາຫານໃຫ້ຄົບ 5 ໝູ່ໃນແຕ່ລະວັນອີກດ້ວຍ.
*
*
*
-----------------------