Top Ad

header ads

ປະກາດຫາພີ່ນ້ອງ....! ເຫດລົດຈັກຕຳລົດສິບລໍ້ເສຍຊີວີດ1ລາຍ ຊ່ວຍກັນແຊຣ


#ເຫດລົດຈັກຕຳລົດສິບລໍ້ເສຍຊີວີດ1ລາຍ (ປະກາດຫາພີ່ນ້ອງ)



ວັນທີ12/5/2017 ເວລາ20:15 ໂມງ ໜ່ວຍກູ່ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ.ປ.ປ.ລາວໄດ້ຮັບແຈ້ງເຫດຜ່ານເບີ1623ວ່າມີລົດຈັກຕຳກັບລົດສິບລໍ້ຈຸດເກີດເຫດແມ່ນບ້ານດົງຄຳຊ້າຕໍ່ໜ້າໂຮງຮຽນການເງິນ ໜ່ວຍກູ້ໄພມູນນິທິຮອດຈຸດເກີດເຫດພົບວ່າມີຄົນເຈັບ1ຄົນເປັນເພດຊາຍນອນບໍ່ມີສະຕິອາການເບື້ອງຕົ້ນແມ່ນກະທົບຫົວ,ຫົວແຕກ,ຕີນຂວາຈີກ,ແຄ່ງຂາເບື້ອງຂວາຫັກ,ຂາຊ້າຍຫັກແລະມີບາດແຜຕາມຕົນໂຕນຳສົ່ງໂຮງໝໍແລະເສຍຊີວິດໃນເວລາຕໍ່ມາ



ດັ່ງນັ້ນ,ຈຶ່ງໄດ້ນຳສົ່ງຜູ້ເສຍຊີວິດໄປໂຮງເຢັນເສດຖາທິລາດທາງເຮົາຍັງບໍ່ມີຂໍ້ມູນຂອງຜູ້ເສຍຊີວິດຫາກຜູ້ໃດສົງໃສວ່າແມ່ນພີ້ນ້ອງ ຫຼືຄົນຮູ້ຈັກໃຫ້ພົວພັນກັບໂຮງໝໍເສດຖາທິລາດ ຫຼື ກະລຸນາຕິດຕໍ່ເບີ1623ເພື່ອຖາມຂໍ້ມູນ
ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກຂໍສະແດງຄວາມເສຍໃຈນຳຍາດພີ່ນ້ອງຂອງຜູ້ເສຍຊີວິດແລະຂໍໃຫ້ດວງວິນຍານຂອງຜູ້ເສຍຊີວິດໄປສູ່ສຸຂະຕິດ້ວຍເທີນ










---------------------------------------
ພົບເຫດສຸກເສີນ ຫຼື ເຈັບປ່ວຍສຸກເສີນໂທເບີ1623 ຕະຫຼອດ24ຊົ່ວໂມງ
Ad