ສູດທີ 1: ໂຢເກິດ + ນົມສົດ + ນ້ຳເຜິ້ງ + ໝາກນາວ
ປະສົມໂຢເກິດທຳມະຊາດ 1 ຖ້ວຍ, ນົມສົດລົດຈືດ 100% 1 ກ່ອງ, ນ້ຳເຜິ້ງ 1 ບ່ວງຊາ ແລະນ້ຳໝາກນາວເຄິ່ງໜ່ວຍ
ຄົນໃຫ້ເຂົ້າກັນແລ້ວດື່ມ ຫ້າມວາງແຊເຢັນໄວ້ ຖ້າໃຫ້ດື່ມດີແທ້ແມ່ນ 7 ໂມງເຊົ້າຈະດີຫຼາຍ ສູດນີ້ຊ່ວຍກະຕຸ້ນລຳໄສ້ໃຫ້ເຮັດວຽກ ເມື່ອເຮົາຖ່າຍສະບາຍແລ້ວພຸງກໍ່ຈະຍຸບຕາມໄປດ້ວຍ.
ສູດທີ 2: ນົມສົດ + ກ້ວຍນ້ຳວ້າ
ສູດນີ້ໃຊ້ນົມສົດ 2 ກ່ອງ (ລວມປະລິມານ 500 ມິີລີແມັດ) ກິນພ້ອມກັບກ້ວຍນ້ຳ 2 ໜ່ວຍ ຫຼືຈະເອົາໄປປັ່ນລວມກັນແລ້ວກໍ່ດື່ມກໍ່ໄດ້ ດື່ມຕອນທ້ອງວ່າງ ຫຼັງຕື່ນກ່ອນ 6 ໂມງເຊົ້າໄດ້ແຮງດີ ເພາະເຮົາຈະໄດ້ຖ່າຍກ່ອນ 7 ໂມງເຊົ້າ ສູດນີ້ກໍ່ຈະໄປກະຕຸ້ນໃຫ້ຖ່າຍອອກມາ ແນະນຳໃຫ້ເຮັດຕິດຕໍ່ກັນ 3 ມື້ ຈະຊ່ວຍໃຫ້ເຮົາຂັບຖ່າຍໄດ້ດີອີກດ້ວຍ.
ສູດທີ 3: ນ້ຳລ້າໆ + ແກ່ນຜັກອີ່ຕູ່
ສູດນີ້ງ່າຍໆເລີຍ ພຽງກຽມນ້ຳຮ້ອນ 1 ຈອກ ໃສ່ແກ່ນຜັກອີ່ຕູ່ 2 ບ່ວງຊາ ຖ້າ 30 ນາທີໃຫ້ແກ່ນຜັກອີ່ຕູ່ໂພງຕົວເຕັມທີ່ກ່ອນແລ້ວຄ່ອຍດື່ມ ສູດນີ້ແນະນ້ຳໃຫ້ດື່ມກ່ອນນອນ ແກ່ນຜັກອີ່ຕູ່ຈະມີໃຍອາຫານສູງ ແລະມີສັບພະຄຸນເປັນຍາລະບາຍອ່ອນໆ ຕື່ນເຊົ້າມາຖ່າຍສະດວກ, ສະບາຍພຸງ, ເບົາຕົວໄປອີກ.
ສູດທີ 4: ນ້ຳລ້າໆ 1 ລິດ + ໝາກນາວ 2 ໜ່ວຍ + ເກືອ 2 ບ່ວງຊາ
ໃຜຈະເຮັດສູດນີ້ ໃຫ້ແນະນຳເຮັດມື້ຜັກຜ່ອນ ເພາະເຮັດສູດນີ້ແລ້ວທ່ານຈະຖ່າຍແບບບໍ່ເປັນເວລາເລີຍບາດດຽວ ກຽມນ້ຳລ້າໆ 1 ລິດ ບີບນ້ຳໝາກນາວ 2 ໜ່ວຍ ແລ້ວຕາມດ້ວຍເກືອ 2 ບ່ວງຊາ ແລະຄົນໃຫ້ເຂົ້າກັນ ພະຍາຍາມດື່ມໃຫ້ໝົດພາຍໃນ 1020 ນາທີ ພໍດື່ມໝົດຈອກແລ້ວບຶດໜຶ່ງທ່ານຈະຮູ້ສຶກເຈັບທ້ອງເຂົ້າຫ້ອງນ້ຳທັນທີ່ ສູດນີ້ຈະຊ່ວຍໃຫ້ທ່ານຖ່າຍແບບໝົດລຳໄສ້ແທ້ໆ ຄືກັບວ່າຊ່ວຍດັນຂອງເກົ່າທີ່ມີຢູ່ອອກມາຈົນໝົດ ສະບາຍພຸງແນ່ນອນ ແຕ່ສູດນີ້ແນະນຳໃຫ້ເຮັດອາທິດລະເທື່ອກໍ່ພໍ ເຮັດທຸກມື້ບໍ່ໄຫວແທ້ໆ.