ຂປລ. ຕາມຂ່າວ ຕ່າງປະເທດ, ວັນທີ 29 ມີຖຸນາ 2016,ເຈົ້າໜ້າທີຈີນ ໄດ້ປະກາດ ເຕືອນໄພ ພາຍຸຝົນລະດັບສີແດງ ເນື່ອງຈາກ ເກີດ ພາຍຸຝົນ ຢ່າງຮຸນແຮງ ໃນໄລຍະ ຜ່ານມາ ຢູ່ເຂດ ມົນທົນ ຫູເປີຍ ທາງພາກກາງ ຂອງ ປະເທດ ສົ່ງຜົນເຮັດໃຫ້ ເກີດນ້ຳຖ້ວມ ຢ່າງໜັກ, ການສັນຈອນໄປ-ມາ ພົບກັບ ຄວາມຫຍຸ້ງຍາກ. ເມື່ອບໍ່ດົນມານີ້ ພາຍຸ ໂທນາໂດ ໄດ້ພັດເຂົ້າ ເຂດຈຽງຊູ ທາງພາກ ຕາເວັນອອກ ຂອງ ປະເທດ ເຮັດໃຫ້ມີ ຜູ້ເສຍຊິວິດ ຢ່າງໜ້ອຍ 98 ຄົນ ແລະ ບາດເຈັບ ປະມານ 800 ຄົນ. /.
ແຫຼ່ງຂ່າວ ສຳນັກຂ່າວສານປະເທດລາວ