ບັນຫາເຊວລູໄລສ້າງຄວາມໜັກໃຈໃຫ້ໜຸ່ມສາວທີ່ຢາກມີຫຸ່ນຟິດ & ເຟິມເປັນຢ່າງຫລາຍ ມື້ນີ້ເຮົາຂໍແນະນຳວິທີກຳຈັດເຊວລູໄລແບບໄດ້ຜົນດ້ວຍຂິງສົດໆ ຊຶ່ງມີວິທີການງ່າຍໆ ເຮັດໄດ້ ໂດຍການຂຳຂິງມາສັບໃຫ້ລະອຽດ
ຈາກນັ້ນນຳໄປຂັດຖູບໍລິເວນຕົ້ນແຂນ ແລະ ຕົ້ນຂາ ເພື່ອໃຫ້ຄວາມຮ້ອນຂອງຂິງເຂົ້າໄປຍັງໃຕ້ຜິວໜັງ ເຊວລູໄລບໍລິເວນໃຕ້ຜິວໜັງກໍຈະແປສະພາບເປັນໄຂມັນທີ່ສາມາດຂັບ ອອກໄດ້ຈາກຮ່າງກາຍ ເຮັດແບບນີ້ເປັນປະຈຳໃນຊ່ວງທຳອິດອາດຈະອາ ທິດລະ 2 ເທື່ອ
ເມື່ອເຊວລູໄລທີ່ຕົ້ນແຂນ ແລະ ຕົ້ນຂາເລີ່ມກະຊັບຂຶ້ນແລ້ວກໍອາດປັບປ່ຽນເຫຼືອພຽງອາທິດລະເທື່ອກໍພໍ ບໍ່ດົນເຊວລູໄລບໍລິເວນຕົ້ນແຂນ ແລະ ຕົ້ນຂາຂອງເຈົ້າຈະຄ່ອຍໆກະຊັບຂຶ້ນໄປ
ທີ່ມາ http://news.com.la/detail/15433