ການຮັບປະທານອາຫານທີ່ມີອຸນຫະພູມຮ້ອນ (ປຸງສຸກຜ່ານຄວາມຮ້ອນມາໃໝ່ໆ) ຊຶ່ງຖືວ່າມີຄວາມປອດໄພຕໍ່ສຸຂະພາບ ແຕ່ຖ້າວ່າອາຫານທີ່ກິນລົງໄປ ຫາກມີຄວາມຮ້ອນຫຼາຍກໍຈະເຮັດໃຫ້ເກີດບາດແຜໃນປາກ ດັ່ງນັ້ນ ຖ້າຫາກຈະຊົດແກງຮ້ອນໆກິນເຂົ້າຮ້ອນໆກໍຕ້ອງໃຫ້ມີຄວາມຮ້ອນທີ່ ພໍດີຈິ່ງຈະບໍ່ລວກລີ້ນລວກປາກ.
ທັງນີ້ ຜູ້ຊ່ຽວຊານດ້ານໂພຊະນາການກໍໄດ້ລະບຸໄວ້ວ່າ ການຮັບປະທານອາຫານຮ້ອນຈະບໍ່ແມ່ນສາເຫດຂອງພະຍາດມະເຮັງໃນຫຼອດອາຫານແຕ່ວ່າການຮັບປະທານອາຫານຮ້ອນໆກໍຈະສົ່ງຜົນໃຫ້ເນື້ອເຍື່ອ ໃນຜົ້ງປາກຖືກທຳລາຍ ກາຍເປັນບາດແຜ ແລະ ຖ້າເປັນຊ້ຳເຮື້ອກໍຈະກະທົບໄປເຖິງປະສາດສຳຜັດ (ລີ້ນ) ແລະ ການຫຍ້ຳອາຫານ ຊຶ່ງຈະເຮັດໃຫ້ຮັບປະທານອາຫານລຳບາກ ຍ້ອນອາການບາດເຈັບໃນຜົ້ງປາກ ແລະ ລີ້ນນັ້ນເອງ
ການຮັບປະທານອາຫານຮ້ອນເກີນໄປອາດບໍ່ມີອັນຕະລາຍຮ້າຍແຮງ ເຖິງຂັ້ນເຮັດໃຫ້ຫຼອດອາຫານບາດເຈັບຈົນເປັນບາດແຜແຕ່ກໍບໍ່ແມ່ນເລື່ອງດີ ຕໍ່ການຍ່ອຍ ອາຫານ ຊຶ່ງທ່ານກໍລອງຄິດວາດພາບເບິ່ງວ່າຖ້າຫາກປາກ ແລະ ລີ້ນຖືກນ້ຳຮ້ອນລວກແລ້ວຈະເຮັດໃຫ້ບັນຍາກາດ ແລະ ອາລົມໃນຂະນະການກິນອາຫານມີຄວາມສຸກ ຫຼື ລົດຊາດດີບໍ່?
ທີ່ມາ http://news.com.la/detail/15833