ຕາມການລາຍງານຂອງແຫຼ່ງຂ່າວໂຮງໝໍແຂວງຊຽງຂວາງໃນວັນທີ13 ກໍລະກົດນີ້ໃຫ້ຮູ້ວ່າ: ນັບແຕ່ທ້າຍເດືອນມິຖຸນາເປັນຕົ້ນມາຢູ່ແຂວງຊຽງຂວາງໄດ້ເກີດມີພະຍາດຊະນິດໜຶ່ງລະບາດຂຶ້ນຢ່າງຮ້າຍແຮງ ແລະ ຍັງບໍ່ຮູ້ວ່າພະຍາດຫຍັງ, ຊຶ່ງມາຮອດປັດຈຸບັນພົບຜູ້ຕິດເຊື້ອພະຍາດດັ່ງກ່າວແລ້ວຫຼາຍກວ່າ 200 ກໍລະນີ, ແຕ່ຍັງບໍ່ມີຜູ້ເສຍຊີວິດ ແລະ ຂະນະດຽວກັນການຮອງຮັບຄົນເຈັບຂອງໂຮງໝໍແຂວງແມ່ນເກີນຂອບເຂດແລ້ວ, ຊຶ່ງຄົນເຈັບຈຳນວນໜຶ່ງຈຳຕ້ອງນອນຢູ່ນອກລະບຽງ ແລະ ເດີນ ທາງມາປິ່ນປາຢູ່ໂຮງຫມໍໃນນະຄອນຫຼວງວຽງຈັນກໍມີ, ຜູ້ລາຍງານຂ່າວໃຫ້ຮູ້ວ່າ: ສຳລັບອາການຂອງຄົນເຈັບໃນເບື້ອງຕົ້ນແມ່ນເປັນໄຂ້ຂັ້ນຮຸນແຮງ ແລະ ສົ່ງຜົນກະທົບຕໍ່ຕັບຂອງຜູ້ປ່ວຍຢ່າງໜັກ, ຊຶ່ງມາຮອດປັດຈຸບັນພະແນກສາທາລະນະສຸກແຂວງກໍໄດ້ຮີບຮ້ອນລາຍງານໃຫ້ກະຊວງສາທາລະນະສຸກຮັບຊາບແລ້ວຮັບເພື່ອຫາວິທີຊ່ວຍເຫຼືອ, ພ້ອມທັງໄດ້ເລັ່ງ
ກວດວິເຄາະຫາເຊື້ອພະຍາດ ແລະ ສາເຫດຂອງການຕິດເຊື້ອໃນຄັ້ງນີ້, ເພື່ອສາມາດປິ່ນປົວຜູ້ຕິດເຊື້ອໃຫ້ຫາຍຂາດໄດ້, ພ້ອມໄດ້ລົງແນະນຳໃຫ້ປະຊາຊົນເອົາໃຈໃສ່ປ້ອງກັນຕົນເອງໃນເບື້ອງຕົ້ນ, ດ້ວຍການປະຕິບັດຕາມຫຼັກການອະນາໄມ 3ສະອາດ, ໂດຍສະເພາະແມ່ນການກິນ-ຢູ່ໃຫ້ສະອາດ, ແລະ ນຸ່ງຫົ່ມໃຫ້ສະອາດ.